Friday, August 12, 2016

ລົດເມ ສາຍມິດຕະພາບລາວໄທ

ຂ້ອຍຈື່ໄດ້ແມ່ນຂ້ອຍ ກັບມາລາວ ແລະ ໝູ່ຄົນລາວມີແຟນຢູ່ອຸດອນບອກໄປຫຼີ້ນນຳ
ຕອນນັ້ນແມ່ນ ເດືອນ6 ປີ2014
ຂ້ອຍໃຫ້ອ້າຍເອື້ອຍໄປສົ່ງຢູ່ຄິວລົດຕະຫຼາດເຊົ້າ ລະກໍ່ນັ່ງລົດສາຍມິຕະພາບໄປຮອດອຸດອນ 20,000ກີບ ນີ້ແຫຼະ ໄປຫຼີ້ນນຳໝູ່ນອນຄືນໜຶ່ງ ມື້ຕໍ່ມາກະກັບ 80฿ ກະບໍ່ມີບັນຫາຫຍັງ

ແຕ່ມາຮອດຕະຫຼາດເຊົ້າເອື້ອຍຄາ ໄປເຮືອນຫົວໜ້າ ບໍ່ມີໃຜມາຮັບ ນັ່ງຕູກໆກັບ ຕຸກໆເວົ້າ5$ ນີ້ບໍ ແພງກວ່າມາແຕ່ອຸດອນຍັງບໍ່ແລ້ວ ມັນຍັງແວ່ຕາມທາງຖາມຄົນຈີນວ່າຊິຂື້ນນຳບໍ່ ຄົນຈີນວ່າໄປຫັ້ນໄປນີ້ ລາຄາທໍ່ໃດ ຕຸກໆເວົ້າແບບໜ້າເລືອດຄືເວົ້າກັບຂ້ອຍຫັ້ນແຫຼະ ຄົນຈີນ2ຄົນກະບໍ່ໄປ ລະຕຸກໆກະໄປສົ່ງຂ້ອຍຢູ່ບ້ານ ລະກະເວົ້າເອຢາເງີນຮູ້ສຶກວ່າແພງຫຼາຍ ແບບຂູດເລືອດຂູດເນື້ອຖ້າທຽບກັບຄົນຫາເຊົ້າກິຄຳ່ ຫຼື ພະນັກງານຢູ່ລາວທົ່ວໄປ ແຕ່ກະຕ້ອງໄດ້ຈ່າຍໄປ ຂ້ອຍກະບໍ່ແມ່ນໃຜ ແມ່ນນັກສຶກສາທຳມະດາ.

No comments:

Post a Comment

Blog Archive

Reader