Friday, August 12, 2016

ລົດເມສາຍມິດຕະພາບວຽງຈັນ ອຸດອນ

ເລຶ່ອງມີຢູ່ວ່າ ປີ2015 ເດືອນ9 ອາວໝູາປ່ວຍນອນໂຮງໝໍ ເລີຍໄປຍາມ ຕອນໄປຂີ່ລົດໄປຈອດຢູ່ຂົວມິຕະພາລະກໍເໝົາລົດໄປອຸດອນ

ເລຶ່ອງຂອງເລຶ່ອງແມ່ນຂາກັບ
ຕອນໄປແມ່ນໄປນຳກັນ3ຄົນ ຂາກັບໝູ່ກະວ່າຊິກັບນຳ ມາຊື້ປີ້ບົດເມ ຜູ້80฿ 4ຄົນ 4 ປີ້ ຢູ່ສະຖານນີລົດເມອຸດອນ ແລະ ສຸດທ້າຍໝູ່ບໍ່ກັບ ກັບນຳກັນ3ຄົນ ແຕ່ເວລາຂື້ນລົດ ຂ້ອຍມີເຄື່ອງ2ຢ່າງລົດກະມາໄລ່ເງິນເພີ່ມ200ບາດ ວ່າຜູ້ໜຶ່ງເອົາເຄຶ່ອງຂື້ນໄດ້ອັນໜຶ່ງ ຂ້ອຍຊື້ຕູ້ຖ້ານປະກອບບໍ່ໄດ່ໃຫຍ່ 399ບາດ ຢູ່ລາວກະຂາຍ ຄິດວ່າມັນຖືກກວ່າເລີຍຊື້ ສຸດທ້າຍເພີ່ມອີກ200ບາດ ແພງກວ່າຢູ່ລາວ ລະກະຄິດກິນແໜງທີ່ຂື້ນລົດເມລະຖືກຂູດເລືອດຂູດເນື້ອແນວນີ້ ຊູເຟີ ກັບ ຄົນຂັບແມ່ນຄົນລາວ

ແຖມ ນອກຈາກເບີນັ່ງທີ່ໝູ່ຂ້ອຍຊື້ແລ້ວບໍ່ຂື້ນ ເຂົາໃຫ້ຄົນອື່ນນັ່ງ. ຍັງບໍ່ແລ້ວ ຂ້ອຍຮູ້ພາສາຍີ່ປຸ່ນຢູ່ ຄົນຍີ່ປຸ່ນທີ່ຊື້ປີ້ນຳສະຖານນີເຂົາຂື້ນລົດລະເຫັນຄົນອື່ນນັ່ງບ່ອນເຂົາ ລະຊູເຟີບອກເຂົາໄປນັ່ງບ່ອນອື່ນທີ່ວ່າງ
ເຂົາກະຈົ່ມເປັນພາສາຍີ່ປຸ່ນວ່າຫຍັງເປັນແນວນີ້ ບໍ່ໜ້າເຊື່ອ ປີ້ກະມີ ບ່ອນນັ່ງໝູ່ຂ້ອຍຂ້າງປີ້ຄົນຍີ່ປຸ່ນກະແມ່ນຄົນອື່ນນັ່ງ

ນອກຈາກນັ້ນ ຍັງມີແມ່ມານຄົນໜຶ່ງ ລາວຊື້ປີ້ແລ້ວມີຄົນອື່ນມານັ່ງ ແລະ ບ່ອນນັ່ງອື່ນກະເຕັມໝົດແລ້ວ ຈົນບໍ່ມີບ່ອນນັ່ງ ລາວຈະລົງຕະຫຼາດເຊົ້າ ລາວຈົນໄດ້ໂທຫາພີ່ນ້ອງ ວ່າຂື້ນລົດເມ ຊື້ປີ້ມີເລກນັ່ງແຕ່ບໍ່ໄດ້ນັ່ງໃຫ້ມາຮັບຢູ່ຂົວ ເພາະຄືຊິທົນຢືນໄປຮອດຕະຫຼາດເຊົ້າບໍ່ໄດ້
ລະຊູເຟີໃຫ້ລາວໄປນັ່ງຫ້ອງຂັບ, ທຸກຢ່າງ ເປັນຍ້ອນຫຍັງ ຊູ່ເຟີມັນເກັບເງີນຄົນຂື້ນຕ່າງຫາກ ບໍ່ກ່ຽວກັບລະບົບສະຖານນີເຂົາຂາຍປີ້ ທີ່ເຂົາໝາຍບ່ອນນັ່ງຖືກຕ້ອງແລ້ວ ມັນຍັງເກັບເງິນ ຂາຍບ່ອນນັ່ງຕ່າງຫາກ. ຜູ້ຖືກະເປົານ້ອຍໃຫຍ່ກະຢ່າ ກະສອບ ກະເປົາ 4-5ໂລກະຢ່າ
ຄືຂ້ອຍນິ ຄັນໜ່ວຍທີ່2 ລະມັນມາເກັບ200ບາດໂລດ ຄວາມມັນໜ້າເລືອດ ແຖມບ່ອນນັ່ງທາງຫຼັງ2-3ແຖວ ເຕັມຜັກ ກະລຳ່ປີຈັກໂລບໍ່ຮູ້ຄືຊິກາຍ100 ທີ່ມັນໃຫ້ແມ່ຄ້າເອົາຂື້ນ ເອົາເງິນເພິ່ມແບບຜົນປະໂຫຍດສ່ວນຕົວ
ຈົນເຮັດໃຫ້ຄົນມີປີ້ ບໍ່ມີບ່ອນນັ່ງ
ເລຶ່ອງນີ້ຂ້ອຍບໍ່ມີວັນລືມ ເພາະຂ້ອຍໄດ້ເສຍເງິນເພີ່ມ 200ຄ່າເຄຶ່ອງ ໝູ່ຂ້ອຍບໍ່ຂື້ນຍັງໄດ້ເສຍບ່ອນນັ່ງໃຫ້ພວກມັນ ທັ້ງໆຊື້ປີ້ນຳສະຖານນີ ມີເລກນັ່ງຄືພວກຂ້ອຍຍັງບໍ່ໄດ້ນັ່ງ ຍ້ອນຄວາມໂລບມາກເຫັນແກ່ຕົວຂອງຊູເຟີກັບຄົນຂັບລົດເມຄົນລາວ
ເລຶ່ອງນີ້ແມ່ນ ເດືອນ9 ປີ 2015 ແຕ່ວ່າຕັ້ງແຕ່ມື້ນັ້ນມາຂ້ອຍກະບໍຂໍໃຊ້ບໍລີການເລີຍ ແຖມຍັງສາບແຊ່ງພວກບໍລິການລົດເມຄັນນັ້ນຈົນຮອດມື້ນີ້ ຍ້ອນຄວາມເຫັນແກ່ຕົວ ໜ້າເລືອດໜ້າຢາງຂອງພວກມັນ ໃຫ້ມັນຈົມຢູ່ພື້ນດິນ ຈົນບໍ່ມີຮອດເງິນຊິກິນເຂົ້າພຸ້ນເດີ ບໍ່ມີເງິນຊຳ່ 80  ฿ ພຸ້ນເດີ້ ເບຶ່ອນ່າຍ ມັນແຮງ ສາທຸ

No comments:

Post a Comment

Blog Archive

Reader